|
ໂຮງຮຽນ ປະຖົມ - ມັດທະຍົມຕອນຕົ້ນ ສິນໄຊ
|
|
ຕັ້ງຢູ່: ບ້ານ ສີບຸນເຮືອງ, ເມືອງ ຈັນທະບູລີ,
ນະຄອນຫຼວງວຽງຈັນ. ໂທ: 021 217353, E-mail: sinxay-s@yahoo.com |
|
ຜົນງານເດັ່ນ ປະຈຳສົກຮຽນ 2008-2009
|
|
|
| 1. ດ້ານການສິດສອນ - ຮ່ຳຮຽນ : |
| 1.1. ຊັ້ນ ປໍ 5 |
| - ວິຊາຄະນິດສາດ : ທ້າວ ນັດທະວຸດ ນັນທະປະເສີດ ໄດ້ລຳດັບທີ 3 |
| - ວິຊາໂລກອ້ອມຕົວ : ນາງ ມີພະໄທ ຂຸນບຸໄລ ໄດ້ລຳດັບທີ 3 |
| - ວິຊາພາສາລາວ : ທ້າວ ຕາວັນວິຈິດ ໄຊຍະກອນ ເສັງໄດ້ທີ 1 ສົກຮຽນ 2007-2008 ແລະ ໄດ້ຮັບທຶນໄປທັດສະນະສຶກສາ |
| ຢູ່ ປະເ ທດ ຍີ່ປຸ່ນ ໃນເດືອນ 7 ປີ 2009 ຜ່ານມານີ້ |
| 1.2. ຊັ້ນ ມໍ 3 |
| - ວິຊາຄະນິດສາດ : ນ. ມົງຄຸນ ສິມມາພົມ ເສັງໄດ້ທີ 1, ນ. ນາລິນ ທຸມມາລາ ໄດ້ລຳດັບທີ 3 ແລະ ນ. ດາລາວັນ ວັດທະນະພອນ |
| ໄດ້ລາງວັນ ຊົມເຊີຍ |
| - ວິຊາພາສາລາວ : ນ. ແອນ້ອຍ ຕັນວານິດ ໄດ້ລາງວັນຊົມເຊີຍ |
| - ນັກຮຽນເກັ່ງ ວິຊາຄະນິດສາດ ຊັ້ນ ມໍ 3 ສົກຮຽນ 2007-2008 ຈຳນວນ 02 ຄົນ ໄດ້ເຂົ້າຮ່ວມແຂ່ງຂັນ ວິຊາຄະນິດສາດລະຫວ່າງປະເທດ |
| (IMC) ທີ່ ຈັ່ງຫວັດ ຊຽງໃໝ່ ປະເທດໄທ ໃນວັນທີ 25/10/2008 ຜົນກໍ່ໄດ້ຮັບຫຼຽນທອງ 1 ຄົນ ຄື: ນ. ອານິຕ້າ ສີຫາປັນຍາ ແລະ |
| ນ. ປາວີນາ ພົມມາລາ ໄດ້ຮັບການຍ້ອງຍໍ ຈາກ ກະຊວງສຶກສາ ທິການ. |
| - ຄູສອນດີ-ສອນເກັ່ງ ໄດ້ຮັບການຍ້ອງຍໍ ຈາກ ທ່ານເຈົ້າຄອງນະຄອນຫຼວງ ໃນການມີຜົນງານທີ່ໄດ້ສ້າງນັກຮຽນເກັ່ງວິຊາ : ຄະນິດສາດ |
| ຈຳນວນ 1 ຄົນ ຄື: ອ.ຈ ບັນຖັນ ອິນທະລືໄຊ. |
| 2. ດ້ານການເຄື່ອນໄຫວຕ່າງ: |
| - ໂຮງຮຽນໄດ້ຮັບການຍ້ອງຍໍ ຈາກ ພະແນກ ສຶກສານະຄອນຫຼວງວຽງຈັນ ແລະ ໄດ້ ໂລ້ລາງວັນທີ 2 ກ່ຽວກັບການສ້າງ ໂຮງຮຽນຂຽວ |
| ສະອາດ ແລະ ມີຄຸນນະພາບດີ. |