ເປົ້າໝາຍ , ພາລະບົດບາດ ແລະໜ້າທີ່
- ວິທະຍາໄລເສດຖາບໍລິຫານທຸລະກິດແມ່ນສະຖາບັນການສຶກສາແຫ່ງໜື່ງທີ່ມີຈຸດປະສົງ ກໍ່ສ້າງນັກວິ ຊາການ ແລະ ພັດທະນາຊັບພະຍາກອນຂອງຊາດໃຫ້ມີ ຄວາມຮູ້ຄວາມສາມາດ ແລະ ມີຄຸນນະພາບທີ່ດີ, ດັ່ງນັ້ນຈື່ງ ໄດ້ສ້າງຫລັກສູດອາຊີວະສຶກສາ ຊັ້ນສູງ ວິຊາ: ການເງີນ ແລະ ການທະນາຄານນີ້ຂື້ນມາ. ຫຼັກສູດດັ່ງກ່າວປະ ກອບ ມີຈຸດປະສົງ. ເປົ້າໝາຍ, ໂຄງສ້າງຫຼັກສູດແລະການຈັດການຮຽນການສອນທີ່ເປັນລະບົບໜ່ວຍກິດ, ມີຄວາມສອດຄ່ອງກັບມາດຕະຖານຫຼັກສູດອາຊີວະສຶກສາຊັ້ນສູງ ຂອງກະຊວງສຶກສາທີການວາງ ອອກ ໃນປີ 2001, ມີການສອດຄ່ອງກັບທ່າອ່ຽງແລະການຂະຫຍາຍຕົວທາງດ້ານເສດຖະກິດ, ສັງຄົມ, ວິທະຍາສາດ ແລະ ເຕັກໂນໂລຊີ ທີ່ມີຄວາມແຕກຕ່າງ ແລະຫຼາກຫຼາຍໃນປັດຈຸບັນ ແລະ ໃນອານາຄົດ.
- ກໍ່ສ້າງແລະພັດທະນາຊັບພະຍາກອນມະນຸດໃຫ້ມີຄວາມຮູ້ຄວາມສາມາດທາງດ້ານການບັນຊີ, ການບໍລິຫານ ແລະ ການຄຸ້ມຄອງແລະທຸລະກິດການເງີນ-ການທະນາຄານ.
- ຕອບສະໜອງແຮງງານທີ່ມີຄຸນນະພາບທາງດ້ານທິດສະດີແລະພາກປະຕິບັດໃຫ້ແກ່ສະຖາປະກອບກອນຕ່າງໆ ໃນພາກລັດແລະເອກະຊົນ.
- ເປີດໂອກາດໃຫ້ນັກຮຽນທີ່ດ້ອຍໂອກາດໄດ້ມີບ່ອນສືບຕໍ່ຮໍ່າຮຽນຫຼັງຈາກຈົບຊັ້ນ ມ 6 ຫຼືຜູ້ທີ່ມີຄວາມຕ້ອງການ ຢາກຍົກ ລະດັບດ້ານວິຊາສະເພາະໃຫ້ສູງຂື້ນຕື່ມອີກ. ວິທະຍາໄລເສດຖາບໍລິຫານທຸລະກິດ
# ນຳໃຊ້ຫຼັກສູດ 2 ລະບົບຄື:
- ຫຼັກສູດປະກາສະນິຍະບັດເຕັກນິກຊັ້ນກາງ
(11+2) ຮຽນ 2 ປີ, ສາຂາວິຊາ: ບໍລິຫານທຸລະກິດ
- ຫຼັກສູດອາຊີວະສຶກສາ ຊັ້ນສູງ
(11+3) ຮຽນ 3 ປີ, ສາຂາວິຊາ: ການເງີນ- ການທະນາຄານ
ການດໍາເນີນການຮຽນການສອນ
ເງື່ອນໄຂຜູ້ເຂົ້າຮຽນ
- ຈົບການສຶກສາຊັ້ນມັດທະຍົມປາຍ (ມ 6 ) ຫຼືທຽບເທົ່າ
- ຈົບການສຶກສາລະດັບປະການິຍະບັດເຕັກນິກຊັ້ນກາງ
- ເປັນພະນັກງານຈົບການສຶກສາ ລະດັບປະກາສະນິຍະບັດ ຊັ້ນກາງ ຫຼື ທຽບເທົ່າ
ການດໍາເນີນການຮຽນການສອນ:
ແບ່ງອອກເປັນ 3 ພາກ:
- ພາກເຊົ້າ ເລີ້ມ 8:00 - 12:00
- ພາກບ່າຍ ເລີ້ມ 13:00 - 16:30
- ພາກຄໍ່າ ເລີ້ມ 17:00 – 20:30
ຄວາມສາມາດຫຼັງຈາກຮຽນຈົບ:
ຜູ້ສຳເລັດການສຶກສາຕາມຫຼັກສູດສະບັບນີ້ຈະເປັນນັກວິຊາການ ທີ່ມີຄວາມຮູ້ ຄວາມສາມາດໃນດ້ານຕ່າງໆ ຕາມທີ່ ໄດ້ກຳນົດໄວ້ໃນຫຼັກສູດ, ມີຄຸນສົມບັດດີ, ມີຫົວຄິດປະດິດສ້າງ, ຮູ້ຈັກແກ້ໄຂ ບັນຫາ, ສາມາດເຂົ້າ ເຮັດວຽກ ແລະ ບໍລິຫານວຽກງານຕ່າງໆ ໄດ້ ຕາມມາດຕະຖານນຳອົງການຈັດຕັ້ງຂອງລັດແລະເອກະຊົນທັງ ພາຍໃນແລະຕ່າງປະເທດຫຼືຈະໄປປະກອບທຸລະກິດສ່ວນຕົວກໍໄດ້ ຢ່າງມີປະສິດທິຜົນ.
ຄຸນນະວຸດ:
ນັກຮຽນທຸກຄົນຫຼັງຈາກຮຽນຈົບຕາມຫຼັກການສູດປະກາສະນິຍະບັດເຕັກນິກຊັ້ນກາງ (11+2 ) ສະບັບນີ້ແລະ ຈະໄດ້ຮັບໃບປະກາສະນິຍະບັດ ເຕັກນິກ(ຊັ້ນກາງ) ໃນສາຂາວິຊາ: ບໍລິຫານທຸລະກິດ.
ນັກສຶກສາທຸກຄົນ ຫຼັງຈາກຮຽນຈົບຕາມຫຼັກສູດ ອາຊີວະສຶກສາຊັ້ນສູງ ( 11+3) ສະບັບນີ້ແລ້ວຈະໄດ້ ຮັບໃບປະກາສະນິຍະບັດ ຊັ້ນສູງໃນສາຂາ ວິຊາ: ການເງິນ-ການທະນາຄານ.
ທີຕັ້ງ: ຂອງວິທະຍາໄລເສດຖາບໍລິຫານທຸລະກິດຢູ່ນະຄອນຫຼວງວຽງຈັນ
- ຖະໜົນໄກສອນພົມວິຫານ (ໃກ້ກັບ ໂຮງແຮມ ລາດສະວົງ). ບ້ານ ຈອມມະນີ (ໃຕ້), ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ສ ປ ປ ລາວ ໂທລະສັບ: (021) 415551, (020) 5519944
ແຟັກ/ໂທລະສັບ:(021) 710936.
|