
ປະຫວັດໂດຍຫຍໍ້ຂອງ ສະມາຄົມການສຶກສາພາກເອກະຊົນ (ສ.ກ.ອ)
ສະມາຄົມ ການສຶກສາພາກເອກະຊົນ ຊື່ຫຍໍ້ແມ່ນ “ ສ.ກ.ອ” ໃນເມື່ອກ່ອນຊື່ວ່າ: ສະມາຄົມ ໂຮງຮຽນພາກເອກະຊົນ. ເພື່ອໃຫ້ແທດເໝາະ ແລະ ສອດຄ່ອງກັບສະພາບຄວາມເປັນຈິງ ເພາະວ່າ ສະມາຊິກຂອງ ສະມາຄົມ ແມ່ນປະກອບດ້ວຍ ໂຮງລ້ຽງເດັກ, ໂຮງຮຽນ, ສູນເຝິກອົບຮົມ ແລະ ວິທະຍາໄລຕ່າງຂອງພາກສ່ວນເອກະຊົນໃນທົ່ວປະເທດ ເຕົ້າໂຮມເຂົ້າກັນ
ເຊິ່ງບໍ່ໄດ້ຈຳກັດ ສະເພາະແຕ່ໂຮງຮຽນ ດ້ວຍເຫດນັ້ນ ມາຮອດປີ 2009 ຈຶ່ງປຶກສາຫາລືກັນກັບສະມາຊິກດ້ວຍກັນ ພ້ອມກັບ ກົມຄຸ້ມຄອງການສຶກສາພາກເອກະຊົນ ກະຊວງສຶກສາທິການ ແລ້ວລົງປະຊາມະຕິປ່ຽນຊື່ຈາກ: ສະມາຄົມ ໂຮງຮຽນພາກເອກະຊົນໃນເມື່ອກ່ອນ ມາເປັນ ສະມາຄົມ ການສຶກສາພາກເອກະຊົນ ໃນປະຈຸບັນ ເມື່ອກອງປະຊຸມໃຫຍ່ຄັ້ງທີ III
ຂອງສະມາຄົມ ລະຫວ່າງວັນທີ 29-30/09/2009 ທີ່ ນະຄອນຫຼວງວຽງຈັນ.
ສະມາຄົມ ການສຶກສາພາກເອກະຊົນ ໄດ້ຮັບການອະນຸມັດສ້າງຕັ້ງຂຶ້ນຢ່າງເປັນທາງການຈາກ ກະຊວງສຶກສາທິການ ສະບັບເລກທີ 862/ສສ/2001 ລົງວັນທີ 11/06/2001
ຈາກນັ້ນ ລັດຖະມົນຕີກະຊວງສຶກສາຈຶ່ງໄດ້ອອກຂໍ້ຕົກລົງສະບັບເລກທີ 854/ສສ.ອຊ/2001 ລົງວັນ ທີ 14/07/2001 ແຕ່ງຕັ້ງຄະນະກຳມະການຊົ່ວຄາວຂຶ້ນ 15 ທ່ານ ປະກອບມີ:
1. ທ່ານ ໄຊຍົນ ຄຳມະວົງ ຜູ້ອຳນວຍການ ວິທະຍາໄລ ຄອມເຊັນເຕີ ເປັນຫົວໜ້າຄະນະ
2. ທ່ານ ນ. ດາລາວັນ ສຸລິສັກ ຜູ້ອຳນວຍການ ໂຮງຮຽນ ປະຖົມ-ມັດທະຍົມຕົ້ນ ສິນໄຊ
3. ທ່ານ ນ. ວຽງເພັດ ວຽງສະຫວັນ ຜູ້ອຳນວຍການ ໂຮງຮຽນ ປະຖົມ-ມັດທະຍົມຕົ້ນ ວຽງສະຫວັນ
4. ທ່ານ ສົມເພັດ ລັດຕະນະສິມ ຜູ້ອຳນວຍການ ວິທະຍາໄລ ລັດຕະນະ
5. ທ່ານ ຄຳເພົ້າ ພອນແກ້ວ ຜູ້ອຳນວຍການ ໂຮງຮຽນ ມັດທະຍົມສົມບູນ ພອນແກ້ວວິທະຍາ
6. ທ່ານ ພົມ ບຸນລືໄຕ ຜູ້ອຳນວຍການ ວິທະຍາໄລ ເອີລົບ-ອາຊີ
7. ທ່ານ ຊາຍຄຳ ວົງຄຳສອນ ຜູ້ອຳນວຍການ ວິທະຍາໄລ ໄຊພັດທະນາ
8. ທ່ານ ບັນລັງ ບຸດນະສິນ ຜູ້ອຳນວຍການ ສູນບຸດນະສິນສອນຄອມ
9. ທ່ານ ສົມບັດ ອຸ່ນສະໝອນ ຜູ້ອຳນວຍການ ສູນພາສາ ລາວຈະເລີນ
10. ທ່ານ ບຸນມາ ຫຼວງສຸວັນນະວົງ ຜູ້ອຳນວຍການ ວິທະຍາໄລ ເສດຖາ
11. ທ່ານ ນ. ອຳພອນ ຄຳສິງສະຫວັດ ຜູ້ອຳນວຍການ ໂຮງຮຽນ ອະນຸບານ-ປະຖົມ ອານຸສອນ
12.
13.
14.
15.
ຈາກນັ້ນ 15 ທ່ານນີ້ ກໍ່ໄດ້ແບ່ງປັນໜ້າທີ່ວຽກງານການເຄື່ອນໄຫວປຸກລະດົມຂົນຂວາຍເອົາສະມາຊິກແລະກະກຽມການເປີດກອງປະຊຸມຕ່າງໆ. ມາຮອດວັນທີ 20/07/2001 ກອງປະຊຸມຜູ້ບໍລິຫານໂຮງຮຽນເອກະຊົນ ຄັ້ງທຳອິດກໍ່ໄດ້ເປີດຂຶ້ນຢ່າງເປັນທາງການທີ່ ວິທະຍາໄລ ລັດຕະນະ ພາຍໃຕ້ການເປັນປະທານຂອງ ທ່ານ ທອງເພັດ ວົງໂພສີ ຫົວໜ້າກົມ
ການສຶກສາພາກເອກະຊົນ ໃນສະໄໝນັ້ນ, ກອງປະຊຸມດັ່ງກ່າວໄດ້ມີຜູ້ຕາງໜ້າຈາກກະຊວງສຶກສາທິການ, ຜູ້ຕາງໜ້າຈາກພະແນກສຶກສານະຄອນຫຼວງວຽງຈັນ, ຜູ້ຕາງໜ້າຈາກພະແນກ ສຶກສາເມືອງຕ່າງໆພາຍໃນນະຄອນຫຼວງວຽງຈັນ ແລະ ຜູ້ອຳນວຍການໂຮງຮຽນ ເອກະຊົນຈຳນວນ 205 ແຫ່ງ ເຂົ້າຮ່ວມ ໃນນັ້ນ ໂຮງຮຽນ ອະນຸບານ 92 ແຫ່ງ, ປະຖົມ 60 ແຫ່ງ,
ມັດທະຍົມ 14 ແຫ່ງ, ສູນເຝິກອົບຮົມວິຊາຊີບ 32 ແຫ່ງ ແລະ ວິທະຍາໄລ 7 ແຫ່ງ.
ວັນທີ 03/08/2001 ກອງປະຊຸມວິສາມັນເພື່ອເລືອກຕັ້ງເອົາຄະນະບໍລິຫານງານສະມາຄົມ ຊຸດທີ I ກໍໄດ້ຈັດຂຶ້ນທີ່ ວິທະຍາໄລ ຄອມເຊັນເຕີ. ເຊິ່ງໄດ້ເລືອກຕັ້ງເອົາຄະນະບໍລິຫານງານ ຂອງສະມາຄົມ ຈຳນວນ 15 ທ່ານ. ເພື່ອນໍາພາໃນການເຄື່ອນໄຫວວຽກງານຂອງສະມາຄົມ.ຈາກນັ້ນສະມາຄົມກໍ່ໄດ້ເຄື່ອນໄຫວວຽກງານຂອງຕົນ ແລະ ມີກອງປະຊຸມຄະນະບໍລິຫານງານ ຂອງສະມາຄົມເດືອນລະຄັ້ງ ໂດຍໝູນວຽນກັນຈັດໃນແຕ່ລະໂຮງຮຽນຂອງຄະນະບໍລິຫານງານ, ມີກອງປະຊຸມໃຫຍ່ 2 ຄັ້ງຕໍ່ປີ ຄື ກອງປະຊຸມແລກປ່ຽນບົດຮຽນຂອງຜູ້ບໍລິຫານການສຶກສາ ພາກເອກະຊົນດ້ວຍກັນ(ເປັນກອງປະຊຸມດ້ານວິຊາການ) ແລະ ກອງປະຊຸມສະຫຼຸບຜົນງານປະຈຳປີ ແລະ ວາງແຜນ ການເຄື່ອນໄຫວໃນປີຕໍ່ໄປ. ນອກຈາກນັ້ນ ສະມາຄົມກໍ່ຍັງມີ ກອງປະຊຸມໃຫຍ່ເພື່ອເລືອກຕັ້ງເອົາຄະນະບໍລິຫານງານຊຸດໃໝ່ແມ່ນ 4 ປີຕໍ່ຄັ້ງ. ປະຈຸບັນຄະນະບໍລິຫານງານຂອງສະມາຄົມ ການສຶກສາພາກເອກະຊົນຊຸດນີ້ ແມ່ນຊຸດທີ III ແລ້ວ. ແລະ ກໍ່ແມ່ນປີທຳອິດຂອງຄະນະຊຸດນີ້. ສະນັ້ນ ອາຍຸຂອງສະມາຄົມກໍ່ພໍດີໄດ້ 9 ປີເຕັມ.