ບົດກະວີ ສົ່ງເສີມເງິນກີບ |
||||
ໂດຍ ສ. ສີໂຄດຕະບອງ |
||||
| ທຸກຊາດເຊື້ອ | ບົນໂລກໂລກາ ເຮົານີ້ | |||
| ລ້ວນແຕ່ | ມີເງິນຕາ | ຊາດຕົນສະຫງວນໃຊ້ | ||
| ສຳລັບ | ລາວເຮົາໄດ້ | ມີສະກຸນເງິນກີບ | ||
| ຢູ່ຄູ່ຄ້ຳ | ເລິງເລື້ອຍສືບມາ | |||
| ຂໍໃຫ້ | ລາວທົ່ວໜ້າ | ຈົ່ງຮັກຫວງແຫນ ແດ່ທ້ອນ | ||
| ສົ່ງເສີມ | ເງິນກີບລາວ | ຊື້ຂອງສິນຄ້າ | ||
| ຊຳລະ | ພາສີພ້ອມ | ບໍລິການທຸກຢ່າງ | ||
| ເປັນເງິນກີບລ້ວນ | ລາວກ້າວເຂື່ອນແຂງ ແທ້ດາຍ | |||
| ອັນນຶ່ງ | ຢ່າຄິດຕື້ນ | ນິຍົມຈ່າຍເງິນເຂົາ ອື່ນນັ້ນ | ||
| ຈະເປັນ | ເງິນຕາໃຜ | ຊ່າງຕາມລະວັງໄວ້ | ||
| ກ່ອນຈະ | ໄປນຳໃຊ້ | ຢູ່ພາຍໃນປະເທດ ລາວນີ້ | ||
| ໃຫ້ປ່ຽນ | ເປັນກີບແລ້ວ | ຈຶ່ງນຳໃຊ້ຈ່າຍສະບາຍ ທ່ານເອີຍ | ||
| ຖ້າທ່ານ | ອອກຈາກບ້ານ | ໄປປະເທດເມືອງເຂົາ | ||
| ຕ້ອງການ | ມີເງິນຕາ | ເພື່ອປະສົງການໃຊ້ | ||
| ສາມາດ | ແລກປ່ຽນໄດ້ | ທະນາຄານທຸກແຫ່ງ | ||
| ມີບໍ່ອັ້ນ | ກຽມພ້ອມຕອບສະໜອງ ແທ້ດາຍ | |||
| ນາຍົກ | ປະກາດແຈ້ງ | ອອກດຳລັດເປັນກົດ | ||
| ໃຫ້ທຸກ | ຄົນປະຕິບັດ | ລະບຽບການຫຼາຍຂໍ້ | ||
| ຫວັງເພື່ອ | ຮັກສາໄວ້ | ຄວາມເປັນເອກະລາດ | ||
| ຮັກຊາດໝັ້ນ | ສົ່ງເສີມໃຊ້ກີບລາວ ຊອບແລ້ວ | |||
| ເຊີນເຢີ | ຊາວພີ່ນ້ອງ | ທຸກທົ່ວດິນລາວ ຂ້ອຍເອີຍ | ||
| ຈົ່ງຮ່ວມ | ໂຮມແຮງຮັກ | ກີບສະກຸນນຳໃຊ້ | ||
| ຢ່າໄດ້ | ປະໄລໃຫ້ | ເງິນກີບລາວ ຕົກຕຳ່ | ||
| ຈົ່ງຊ່ວຍຄ້ຳ | ຊູຂືຶ້ນຄ່າສູງ ແດ່ຖ້ອນ | |||
ຈົບ. |
||||