ໝວດທີ VII
ວ່າດ້ວຍນະໂຍບາຍ ຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ
ມາດຕາ 59: ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ ປະຕິບັດດັ່ງນີ້:
ໝວດທີ VIII
ບົດບັນຍັດສຸດທ້າຍ
ມາດຕາ 60: ສະມາຄົມ ການສຶກສາພາກເອກະຊົນ ຢູ່ພາຍໃຕ້ການຄຸ້ມຄອງ ຂອງກະຊວງສຶກສາທິການ ແຫ່ງ ສ.ປ.ປ.ລາວ ເຊີ່ງເປັນ ຜູ້ມີສິດອອກອະນຸຍາດສ້າງຕັ້ງ ແລະ ມີສິດຍຸບເລີກ ສະມາຄົມ ການສຶກສາພາກເອກະຊົນ, ສ່ວນການບໍລິຫານງານ ແມ່ນ ສິດ ໜ້າທີ່ ຂອງ ສະມາຄົມ ຕາມທີ່ໄດ້ກຳນົດໄວ້ໃນກົດລະບຽບສະບັບນີ້
ມາດຕາ 61: ສະມາຄົມ ການສຶກສາພາກເອກະຊົນ ຕ້ອງປະຕິບັດພັນທະ ຂອງຕົນໃຫ້ຖືກຕ້ອງຕາມກົດໝາຍ, ດຳລັດ, ຂໍ້ກຳນົດ, ກົດລະບຽບຕ່າງໆ ທີ່ລັດໄດ້ປະກາດໃຊ້ ໃນແຕ່ລະໄລຍະ ຢ່າງເຂັ້ມງວດ.
ມາດຕາ 62: ສະມາຄົມ ການສຶກສາພາກເອກະຊົນມີເຄື່ອງໝາຍ ແລະ ກາປະທັບຂອງຕົນ.
ມາດຕາ 63: (1) ກອງປະຊຸມໃຫຍ່ຂອງສະມາຄົມມີສິດດັດແປງ ແລະ ດັດແກ້ກົດລະບຽບ ຂອງ ສະມາຄົມໂດຍຖືເອົາຕາມສຽງ ສອງສ່ວນສາມ (2/3) ຂອງສະມາຊິກທີ່ເຂົ້າຮ່ວມກອງປະຊຸມ ໂດຍໄດ້ຮັບຄຳເຫັນດີ ແລະ ອານຸມັດຈາກກະຊວງ ສຶກສາທິການ.
(2) ກົດລະບຽບສະບັບນີ້ ມີຜົນບັງຄັບໃຊ້ ນັບແຕ່ມື້ລົງລາຍເຊັນ ເປັນຕົ້ນໄປ. ກົດລະບຽບໃດ ທີ່ຂັດຕໍ່ກົດລະບຽບສະບັບນີ້ ຖືວ່າເປັນໂມຄະ.
ນະຄອນຫຼວງວຽງຈັນ, ວັນທີ ...........................
ລັດຖະມົນຕີວ່າການ ກະຊວງສຶກສາທິການ
ສຈ ດຣ. ສົມກົດ ມັງໜໍ່ເມກ