ໝວດ​ທີ VI
ວ່າ​ດ້ວຍ​ລະບຽບ​ຜູ້ຕາງໜ້າ​ສະມາຄົມ ການ​ສຶກສາ​ພາກ​ເອກະ​ຊົນ ປະຈຳ​ແຂວງ


ມາດຕາ 50: ຜູ້​ທີ່​ມີ​ສິດ​ສະໝັກ​ເລືອກ​ຕັ້ງ ​ເປັນ​ຜູ້ຕາງໜ້າ​ສະມາຄົມ ການ​ສຶກສາ​ພາກ​ເອກະ​ຊົນ ປະຈຳ​ແຂວງ ຕ້ອງ​ມີ​ເງື່ອນ​ໄຂ​ດັ່ງນີ້:

  1. ຕ້ອງ​ເປັນ​ສະມາຊິກ​ສາມັນ ຂອງ​ສະມາຄົມ ການ​ສຶກສາ​ພາກ​ເອກະ​ຊົນ ຢ່າງ​ຕ່ຳ​ບໍ່ຫຼຸດ 2 ປີ​ຂຶ້ນ​ໄປ
  2. ຕ້ອງ​ມີ​ທັດສະນະຫຼັກໝັ້ນ ທາງ​ດ້ານ​ການ​ເມືອງ, ມີ​ມະນຸດ​ສຳພັນ​ດີ ​ແລະ ມີ​ອາຍຸ ບໍ່ຫຼຸດ 30 ປີ​ຂຶ້ນ​ໄປ.
  3. ຕ້ອງ​ມີ​ຄວາມ​ຮູ້ ຄວາມ​ສາມາດ ​ແລະ ປະສົບ​ການ ທາງ​ດ້ານ​ການ​ບໍລິຫານ ສະຖານ​ການ​ສຶກສາ
  4. ຕ້ອງ​ເປັນ​ຜູ້​ທີ່​ສາມາດ​ເຕົ້າ​ໂຮມ​ຄວາມ​ສາມັກຄີ​ໄດ້​ດີ
  5. ຕ້ອງ​ແມ່ນ​ຜູ້​ທີ່​ມີ​ຄວາມ​ສົນ​ໃຈ ​ແລະ ​ເຂົ້າຮ່ວມ​ໃນ​ກິດຈະກໍາ​ຕ່າງໆ ຂອງ​ສະມາຄົມ ຢ່າງ​ເປັນ​ປົກກະຕິ ​ເຊັ່ນ: ​ເຂົ້າຮ່ວມ ກອງ​ປະຊຸມ ​ສໍາ​ມະ​ນາ, ​ເຂົ້າຮ່ວມ​ກິດຈະກໍາ​ ​ເພື່ອ​ສັງຄົມ, ​ເຂົ້າຮ່ວມ​ກິດຈະກໍາ​ ເພື່ອການ​ສຶກສາ ​ແລະ ກິດຈະກຳ​ອື່ນໆ ທີ່​ສະມາຄົມ​ຈັດ​ຂຶ້ນ.
  6. ຕ້ອງ​ແມ່ນ​ຜູ້​ທີ່​ຫ້າວຫັນ​ໃນ​ການ​ເຮັດ​ວຽກ, ມີ​ແນວ​ຄິດ​ສ້າງສັນ ​ແລະ ມີ​ເວລາ​ພຽງພໍ​ໃຫ້​ກັບ​ວຽກ​ງານ​ຂອງ​ສະມາຄົມ
  7. ຕ້ອງ​ມີ​ຄຸນ​ນະ​ທຳ ​ແລະ ບໍ່​ເຄີຍ​ສ້າງ​ຄວາມ​ເຊື່ອມ​ເສຍ ຕໍ່ພາບ​ພົດ ​ແລະ ກຽດຊື່​ສຽງ ຂອງ​ສະມາຄົມ​ມາ​ກ່ອນ
  8. ຕ້ອງ​ແມ່ນ​ຜູ້​ທີ່​ມີ​ຄວາມ​ເສຍສະຫຼະ ​ແລະ ມີ​ຜົນງານ​ໃນ​ການ​ປະກອບສ່ວນ ​ໃນ​ການ​ຊ່ວຍ​ເຫຼືອສັງຄົມ
  9. ຕ້ອງ​ມີ​ສຸຂະພາບ​ຈິດ ​ແລະ ສຸຂະພາບ​ກາຍ​ດີ

ມາດຕາ 51: ວິທີ​ການເລືອກ​ຕັ້ງ ​ເອົາ​ຜູ້ຕາງໜ້າ​ສະມາຄົມ ການ​ສຶກສາ​ພາກ​ເອກະ​ຊົນ ປະຈຳ​ແຂວງ ​

  1. ຄະນະ​ບໍລິຫານ​ງານ​ສະມາຄົມ ການ​ສຶກສາ​ພາກ​ເອກະ​ຊົນ ຂັ້ນສູນ​ກາງ ສາມາດ​ແຕ່ງຕັ້ງຜູ້ຕາງໜ້າ​ຊົ່ວຄາວ ປະຈຳ​ຢູ່​ແຂວງ ​ເພື່ອ​​ເປັນ​ຜູ້​ຊ່ວຍ​ໃນ​ການ ເຄື່ອນ​ໄຫວ​ເຕົ້າ​ໂຮມ ​ເອົາ​ສະມາຊິກ ສະຖານ​ການ​ສຶກສາ​ພາກ​ເອກະ​ຊົນ​ ​ເຂົ້າ​ເປັນ​ສໍາ​ມາ​ຊິກ​ສົມບູນ
  2. ຄະນະ​ບໍລິຫານ​ງານ​ສະມາຄົມ ການ​ສຶກສາ​ພາກ​ເອກະ​ຊົນ ຂັ້ນສູນ​ກາງ ​ເປັນ​ຜູ້​ສະ​ເໜີ ກົມ​ຄຸ້ມ​ຄອງ​ການ​ສຶກສາ ​ເພື່ຶອ ຂໍ​ອະນຸຍາດ​ເປີດ ກອງ​ປະຊຸມ​ ​ເລືອກ​ຕັ້ງ​ເອົາ​ຜູ້ຕາງໜ້າ ສ.ກ.ອ ປະຈຳ​ແຂວງ
  3. ການດຳ​ເນີນ​ການ​ເລືອກ​ຕັ້ງ ​ແມ່ນ​ຄື​ກັບ ການ​ເລືອກ​ຕັ້ງເອົາ​ຄະນະ​ບໍລິຫານ​ງານ​ຂອງ​ສະມາຄົມ ການ​ສຶກສາ ພາກ​ເອກະ​ຊົນ ຢູ່​ຂັ້ນສູນ​ກາງ.

 

ມາດຕາ 52: ຄະນະ​ບໍລິຫານ​ງານ​ ຂອງ​ຜູ້ຕາງໜ້າ​ສະມາຄົມ ການ​ສຶກສາ​ພາກ​ເອກະ​ຊົນ ປະຈຳ​ແຂວງ ປະກອບ​ດ້ວຍ:

    ຖ້າ​​ເຫັນ​ວ່າມີ​ຄວາມ​ຈຳ​ເປັນ ສາມາດ​ປະກອບ​ໃຫ້​ມີ​ກຳມະການ​ຊ່ວຍ​ວຽກ​ຕື່ມ​ອີກ​ກໍ່​ໄດ້.

ມາດຕາ 53: ພາຍຫຼັງການ​ເລືອກ​ຕັ້ງຜູ້ຕາງໜ້າ​ສະມາຄົມ ປະຈຳ​ແຂວງ​ແລ້ວ ຄະນະ​ບໍລິຫານ​ງານ​ສະມາຄົມ ການ​ສຶກສາ​ພາກ​ເອກະ​ຊົນຂັ້ນສູນ​ກາງ ຈະ​ນຳ​ສະ​ເໜີ ກະຊວງ​ສຶກສາ​ທິການ ​ເພື່ອ​ອອກ​ໃບ​ແຕ່ງຕັ້ງ ຢ່າງ​ເປັນ​ທາງ​ການ. ສຳລັບ​ການ​ແຕ່ງຕັ້ງ ກຳມະ ການ​ ຊ່ວຍ​ວຽກ​ນັ້ນ ​ແມ່ນ​ຄະນະ​ບໍລິຫານ​ງານສະມາຄົມ ​ເປັນ​ຜູ້​ອອກ​ໃບ​ແຕ່ງຕັ້ງ ຕາມ​ການສະ​ເໜີ ຂອງ​ຜູ້ຕາງໜ້າ ສະມາຄົມ ປະຈຳ​ແຂວງ.

ມາດຕາ 54: ​ໄລຍະ​ເວລາ​ການ​ດໍາ​ເນີນ​ງານ ຂອງ​ຜູ້ຕາງໜ້າ​ສະມາຄົມ​ ການ​ສຶກສາ​ພາກ​ເອກະ​ຊົນ ປະຈຳ​ແຂວງ ມີ​ກຳນົດ ຕາມ​ອາຍຸ​ການ​ຂອງ ຄະນະ​ບໍລິຫານ​ງານ ສະມາຄົມ ການ​ສຶກສາ​ພາກ​ເອກະ​ຊົນ ຂັ້ນສູນ​ກາງ ​ໃນ​ແຕ່​ລະ​ຊຸດ ( ກຳນົດ 4 ປີ ).

ມາດຕາ 55: ​ບັນດາ​ສະຖານ​ການ​ສຶກສາ​ ພາກ​ເອກະ​ຊົນ ຢູ່ຕ່າງ​ແຂວງ ທີ່​ເປັນ​ສະມາຊິກ​ຂອງ​ສະມາຄົມ ຕ້ອງ​ປະຕິບັດ​ຕາມ​ລະບຽບລວມຂອງ ສະມາຄົມ ການ​ສຶກສາ​ພາກ​ເອກະ​ຊົນ ​ເຊິ່ງກະຊວງ​ສຶກສາ​ທິການ ​ໄດ້​ອະນຸມັດ​ໄວ້ ພາຍ​ໃຕ້​ການ​ປະສານ​ງານ ແລະ ການຄຸ້ມ​ຄອງ​ດູ​ແລ ຂອງ​ຜູ້ຕາງໜ້າ ສະມາຄົມ ການ​ສຶກສາ ພາກ​ເອກະ​ຊົນ ປະຈຳ​ແຂວງ.

ມາດຕາ 56: ​ຜູ້ຕາງໜ້າ ສະມາຄົມ ການ​ສຶກສາ ພາກ​ເອກະ​ຊົນ ປະຈຳ​ແຂວງ ຕ້ອງ​ດຳ​ເນີນ​ການ​ເຄື່ອນ​ໄຫວ ພາຍ​ໄຕ້​ຂອບ​ເຂດ ກົດ​ລະບຽບ​ລວມ ຂອງ​ສະມາຄົມ ​ແລະ ຕາມ​ແຜນການ​ເຄື່ອນ​ໄຫວ​ປະຈຳ​ປີ ຂອງ​ສະມາຄົມ, ຍົກ​ເວັ້ນກອງ​ປະຊຸມ​ໃຫຍ່, ກອງ​ປະຊຸມ​ປະຈຳ​ປີ ​ແລະ ກອງ​ປະຊຸມ​ສຳຄັນ ​ເຊິ່ງສະມາຊິກ​ທັງ​ໝົດ​ໃນ​ທົ່ວ​ປະ​ເທດ ຈະ​ຕ້ອງ​ໄປ​ຮ່ວມ​ປະຊຸມ ຢູ່​ບ່ອນ​ດຽວກັນ.

ມາດຕາ 57: ຜູ້ຕາງໜ້າ ສະມາຄົມ ການ​ສຶກສາ ພາກ​ເອກະ​ຊົນ ປະຈຳ​ແຂວງ ຕ້ອງ​ສະ​ເໜີ​ແຜນການ ​ແລະ ລາຍ​ງານ​ການ​ເຄື່ອນ​ໄຫວປະຈຳ​ປີ​ ຂອງ​ຕົນ ​ໃຫ້​ຄະນະ​ບໍລິຫານ​ງານ ສ.ກ.ອ ຂັ້ນສູນ​ກາງ​ຊາບ.

ມາດຕາ 58: ​ເງິນ​ບໍາລຸງ​ສະມາຄົມ ຂອງ​ສະມາຊິກ ປະຈຳ​ແຂວງ ​ໃຫ້​ປະຕິບັດ​ດັ່ງນີ້:

  1. ການ​ເກັບ​ເງິນ​ບຳລຸງ​ປະຈຳ​ປີ ​ແມ່ນ​ໃຫ້​ເກັບ​ເດືອນ​ກັນຍາ ( ​ເດືອນ 9 ) ຂອງ​ທຸກໆ​ປີ
  2. ສຳລັບ​ສະມາຊິກ​ໃໝ່ ​ໃຫ້​ຄິດ​ໄລ່ ​ໂດຍ​ເອົາ​ເງິນ​ບໍາລຸງ 1 ປີ ຫານ​​ໃຫ້ 12 ​ເດືອນ ​ແລ້ວ​ຄູນ​ໃຫ້ ຈຳນວນ​ເດືອນ ທີ່​ຍັງ​ເຫຼືອ ກ່ອນ​ຮອດ​ເດືອນ​ກັນຍາ ( ​ເດືອນ 9 ).
  3. ​ໃຫ້​ຕາງໜ້າ​ສະມາຄົມ ການ​ສຶກສາ​ພາກ​ເອກະ​ຊົນ ປະຈຳ​ແຂວງ ​ແບ່ງ​ເອົາ 60% ຂອງ​ຈຳນວນ​ເງິນ ບຳລຸງ​ທັງ​ໝົດ ​ເພື່ອ​ໃຊ້ ​ໃນ​ການ​ເຄື່ອນ​ໄຫວ​ປະຈໍາ​ປີ ​ແລະ ​ແບ່ງ​ອອກ 40% ​ໃຫ້​ສະມາຄົມ​ການ​ສຶກສາ ພາກ​ເອກະ​ຊົນ ຢູ່​ສູນ​ກາງ ​ເພື່ອ​ໃຊ້​ໃນ​ການ​ຈັດ​ກອງ​ປະຊຸມ​ໃຫຍ່, ກອງ​ປະຊຸມ​ແລກປ່ຽນ​ບົດຮຽນ, ກອງ​ປະຊຸມ​ເຜີຍ​ແຜ່ ​ແລະ ກອງ​ປະຊຸມ​ສຳຄັນ​ຕ່າງໆ ສຳລັບ ສະມາຊິກ​ທັງ​ໝົດ ​ໃນ​ທົ່ວ​ປະ​ເທດ.