ໝວດ​ທີ V
ວ່າ​ດ້ວຍ​ການ​ເງິນຂອງ​ສະມາຄົມ

ມາດຕາ 44: ສະມາຄົມ​ມີ​ລາຍ​ຮັບ​ຈາກ:

  1. ເງິນບຳລຸງ ຂອງ​ສະ​ມາ​ຊິກ​ສາມັນ
  2. ເງິນອຸດ​ໜູນ ຫຼື ວັດ​ຖຸອຸປະກອນ​ ຂອງ​ລັດ​ ຕາມ​ຄວາມ​ສາມາດ​ຕົວ​ຈິງ
  3. ເງິນຊຸກຍູ້ ຈາກ​ສະ​ມາ​ຊິກ​ສະໜັບສະ​ໜູນ ແລະ ສະມາ​ຊິກ​ກິດ​ຕິ​ມະ​ສັກ
  4. ຂອງ​ຂັວນ ຫຼື ທືນຊ່ວຍ​ເຫຼືອ ອຸດໜຸນ ຈາກ​ບຸກຄົນ ຫຼື ອົງການ​ຈັດ​ຕັ້ງ​ຕ່າງໆ​ທັງ​ພາຍ​ໃນ​ ແລະ ຕ່າງປະ​ເທດ
  5. ການ​ເຄື່ອນ​ໄຫວ​ຫາ​ລາຍ​ໄດ້ ຂອງ​ສະມາຄົມ ທີ່​ບໍ່​ມີ​ລັກສະນະ​ທຸ​ລະກິດ​ ແລະ​ ບໍ່​ຂັດ​ກັບ​ກົດໝາຍ, ດຳລັດ​ ແລະ ລະບຽບຫຼັກການ​ຕ່າງໆ​ທີ່​ປະກາດ​ໃຊ້​ຢູ່ ສ.​ປ.ປ. ລາວ​.
    ມາດຕາ 45: ການຮັບເງິນ
  1. ສະມາຊິກ​ສາມັນ ຕ້ອງ​ໄດ້​ຈ່າຍ​ເງິນ​ບຳລຸງ ​ໃຫ້​ສະມາຄົມ ປີ​ລະ​ໜຶ່ງ​ເທື່ອ ຕາມ​ອັດຕາ ຂອງແຕ່ລະສາຍ ທີ່​ໄດ້​ຕົກລົງ​ກັນ​ໄວ້ ​ເຊັ່ນ: ສາຍສາມັນສຶກສາ, ສາຍອາຊີວະ ​ແລະ ສາຍການ​ສຶກສາ​ຊັ້ນສູງ. ສະມາຊິກ​ຂອງ​ແຕ່ລະ​ສາຍ ຕ້ອງ​ໄດ້​ເສຍ​ເງິນ​ບຳລຸງ ​ໃນ​ໄລຍະ​ເລີ້ມຕົ້ນສົກຮຽນ​ໃໝ່ ຄື ​ໃນ​ເດືອນ ກັນຍາ (9) ຢ່າງ​ຊ້າ​ບໍ່​ໃຫ້​ກາຍ​ວັນ​ທີ 15 ຂອງ​ ເດືອນ​ກັນຍາ ຂອງ​ທຸກໆ​ປີ.
  2. ສະມາຊິກສະໜັບສະໜູນ ແລະ ສະມາຊິກກິດຕິມະສັກ ຈ່າຍເງິນຊຸກຍູ້ຕາມເງື່ອນໄຂຕົວຈິງ

ມາດຕາ 46:   ລະບຽບການຈ່າຍເງິນ
      ອີງຕາມຄວາມຈຳເປັນ ໃນການກຳນົດປະລິມານການຈ່າຍເງິນ ໃຫ້ຖືກຕ້ອງ, ຈະແຈ້ງ ແລະ ໄປຕາມຂອບເຂດ ຄວາມຮັບຜິດຊອບ ຈຶ່ງກຳນົດການຈ່າຍເງິນດັ່ງນີ້:

  1. ການ​ຈ່າຍ​ເງິນ​ຕ້ອງ​ນອນຢູ່​ໃນ​ແຜນການ​ລວມປະຈຳ​ປີ ຂອງ​ສະມາຄົມ ​ແລະ ​ແຜນການ​ເຄື່ອນ​ໄຫວ ຂອງ​ແຕ່​ລະສາຍ ທີ່​ໄດ້​ຮັບ​ການ​ອະນຸມັດ ຈາກ​ກອງ​ປະຊຸມ​ຄະນະ​ບໍລິຫານ​ງານ
  2. ບໍ່ອະນຸຍາດ​ໃຫ້​ສະມາຊິກ ຢືມ​ເງິນ​ໄປ​ເຄື່ອນ​ໄຫວ ຫຼື ຈ່າຍ​ໃນ​ວຽກ​ງານ​ສ່ວນ​ຕົວ ​ເຊິ່ງບໍ່ກ່ຽວຂ້ອງ​ກັບ ການ​ເຄື່ອນ​ໄຫວ​ວຽກ​ງານ ຂອງ​ສະມາຄົມ
  3. ​ໃນ​ການ​ຈ່າຍ​ເງິນ​ທຸກ​ຄັ້ງຕ້ອງ​ປະຕິບັດ​ດັ່ງນີ້:

ກ). ຈຳນວນ​ເງິນ​ແຕ່ 300,000. ກີບ​ລົງ​ມາ ​ແມ່ນ​ມອບ​ໃຫ້​ຫົວໜ້າ​ບັນຊີ ​ແລະ ການ​ເງິນ ສົມທົບ​ກັນ ​ແຕ່​ຕ້ອງ​ລາຍ​ງານ ​ໃຫ້​ຄະນະ​ປະຈໍາ ຮັບ​ຊາບ​ນຳ​ທຸກ​ຄັ້ງ ຫຼັງຈາກ​ຈ່າຍ ພ້ອມ​ທັງ​ແຈ້ງ​ໃບຮັບ​ເງິນ​ສູ່​ກອງ​ປະຊຸມ ຂອງ​ຄະນະ​ບໍລິຫານ​ງານ ຂອງ ສະມາຄົມ​ຊາບ​ນຳ
ຂ). ຈຳນວນ​ເງິນຫຼາຍກວ່າ 300,000. ກີບ​ຂຶ້ນ​ໄປ ຕ້ອງ​ຂໍ​ອະນຸມັດ​ ຈາກ​ປະທານ ຫຼື ຄະນະ​ປະຈຳ
ຄ). ນາຍ​ຄັງ ປະ​ເງິນ​ໄວ້​ໃນ​ຄັງ​ຕ່ຳ​ສຸດ 300,000. ກີບ ​ແລະ ສູງ​ສຸດ​ບໍ່​ເກີນ 500,000. ກີບ ​ແຕ່​ຕ້ອງ​ແຈ້ງ​ໃຫ້​ນາຍ​ບັນຊີ ຊາບ​ນຳ, ສ່ວນ​ທີ່​ເຫຼືອນັ້ນ ​ເງິນ​ຂອງ​ສະມາຄົມ ຕ້ອງ​ເອົາ​ຝາກ​ໄວ້​ໃນ​ທະນາຄານ.
ງ). ​ໃນ​ການ​ຈ່າຍ​ເງິນ​ທຸກ​ຄັ້ງ ຕ້ອງ​ມີ​ໃບຢັ້ງຢືນ​ການ​ຈ່າຍ ​ແລະ ຕ້ອງ​ເຮັດ​ໃບ​ສະຫຼຸບ ທາງ​ດ້ານ​ການ​ເງິນ ​ແລະ ບັນຊີ ຢ່າງ​ຖືກຕ້ອງ ​ແລະ ​ເປັນ​ລະບົບ.

ມາດຕາ 47:   ການຈ່າຍເງິນ
ເງິນຂອງ ສ.ກ.ອ, ຈະ​ຈ່າຍ​ໃນ​ການ​ເຄື່ອນ​ໄຫວ ທີ່​ຈຳ​ເປັນ​ຕ່າງໆ ຕາມ​ຈຸດປະສົງ ​ແລະ ​ແຜນການ ຂອງ​ສະມາຄົມ ກໍ່ຄື​ແຜນການ ຂອງ​ສາຍ​ຕ່າງໆ ທີ່​ໄດ້​ວາງ​ໄວ້ ​ເຊິ່ງຕົ້ນຕໍ ​ແມ່ນ​ແນ​ໃສ່​ເພື່ອ​ປັບປຸງ ​ແລະ ພັດທະນາ ການ​ສຶກສາ​ພາກ​ເອກະ​ຊົນ ​ເຊັ່ນ:
(1) ການ​ໃຊ້​ຈ່າຍ ​ໃນ​ການຈັດຕັ້ງພິທີ​ຕ່າງໆ:

(2) ການ​ໃຊ້​ຈ່າຍ ທາງ​ດ້ານ​ວິຊາ​ການ:

(3) ການ​ໃຊ້​ຈ່າຍ​ດ້ານ​ບໍລິຫານ​ທົ່ວ​ໄປ.

ມາດຕາ 48:   ການຝາກແລະ ການຖອນ
ພາຍຫຼັງທີ່​ສະມາຊິກ​ສາມັນ ຂອງ​ສະມາຄົມ ​ໄດ້​ຈ່າຍ​ເງິນ​ບໍາລຸງ​ສະມາຄົມ ຫຼື ພາຍຫຼັງທີ່​ໄດ້​ຮັບ​ເງິນ​ອຸດ​ໜູນ ​ແລະ ​ເງິນ​ບໍລິຈາກ ຈາກ​ພາກສ່ວນ​ຕ່າງໆ​ແລ້ວ, ນາຍ​ຄັງ​ຈະ​ຕ້ອງ​ເອົາ​ເງິນ​ດັ່ງກ່າວ ​ໄປ​ເຂົ້າບັນຊີ​ເງິນ​ຝາກ​ທະນາຄານ​​ໃນ​ນາມ​ຂອງ ສະມາຄົມ, ​ແຕ່​ໃນ​ການ​ຖອນ​ເງິນ​ອອກ​ຈາກ​ທະນາຄານ ​ແຕ່ລະຄັ້ງ ນາຍ​ຄັງ ຈະ​ຕ້ອງ​ສົມທົບ ນາຍ​ບັນຊີ ​ໂດຍ​ອີງ​ຕາມ ​ແຜນ​ໃຊ້​ຈ່າຍ​ເງິນ ທີ່​ໄດ້​ອະນຸມັດ​ເຫັນ​ດີ ຈາກ​ຄະນະ​ປະຈຳ ຂອງ​ສະມາຄົມ.

ມາດຕາ 49: ປະທານ​ສະມາຄົມ ​ເປັນ​ຜູ້​ສັ່ງ​ການ​ດ້ານ​ການ​ເງິນ ຂອງ​ສະມາຄົມ ​ໃນ​ຂອບ​ເຂດ​ກົດ​ລະບຽບ ຂອງ​ສະມາຄົມ.