ໝວດ​ທີ IV
ວ່າດ້ວຍລະບຽບການ​​ເລືອກ​ຕັ້ງ ຄະນະ​ບໍລິຫານ​ງານ
ຂອງ​ ສະມາຄົມ​ກນ​ສຶກສາ ພາກ​ເອກະ​ຊົນ


ມາດຕາ 35: ຜູ້​ມີ​ສິດ ສະໝັກ​ເລືອກ​ຕັ້ງ ​ເປັນ​ຄະນະ​ບໍລິຫານ​ງານ ຂອງ ສະມາຄົມ ການ​ສຶກສາ​ພາ​ກ​ເອກະ​ຊົນ ​ຕ້ອງ​ມີ​ເງື່ອນ​ໄຂ​ດັ່ງນີ້:
(1) ຕ້ອງ​ເປັນ​ສະມາຊິກ​ສາມັນ ຂອງ ສະມາຄົມ ​ການ​ສຶກສາພາ​ກ​ເອກະ​ຊົນ ຢ່າງ​ຕ່ຳ​ບໍ່ຫຼຸດ 2 ປີ​ຂຶ້ນ​ໄປ.
(2) ຕ້ອງ​ມີ​ທັດສະນະຫຼັກໝັ້ນ ທາງ​ດ້ານ​ການ​ເມືອງ, ມີ​ມະນຸດ​ສຳພັນ​ດີ ​ແລະ ມີ​ອາຍຸບໍ່ຫຼຸດ 30 ປີ​ຂຶ້ນ​ໄປ.
(3) ຕ້ອງ​ມີ​ຄວາມ​ຮູ້​ ຄວາມ​ສາມາດ ​ແລະ ປະສົບ​ການ ທາງ​ດ້ານ ການ​ບໍລິຫານ ສະຖານ​ການ​ສຶກສາ
(4) ຕ້ອງ​ແມ່ນ​ຜູ້​ທີ່​ມີ​ຄວາມ​ສົນ​ໃຈ ​ແລະ ​ເຂົ້າຮ່ວມ​ໃນ​ກິດຈະ​ກໍາ​ຕ່າງໆ ຂອງ​ສະມາຄົມ ຢ່າງ​ເປັນ​ປົກກະຕິ ​ເຊັ່ນ ​ເຂົ້າຮ່ວມ​ກອງ​ປະຊຸມ ສຳ​ມະ​ນາ, ​ເຂົ້າຮ່ວມ​ກິດຈະກໍາ ​ເພື່ອ​ສັງຄົມ, ກິດຈະກຳ ​ເພື່ອ​ການ​ສຶກສາ ​ແລະ ກິດຈະກຳ​ອື່ນໆ ທີ່​ສະມາຄົມ​ຈັດ​ຂຶ້ນ
(5) ຕ້ອງ​ເປັນ​ຜູ້​ທີ່​ສາມາດ​ເຕົ້າ​ໂຮມ​ຄວາມ​ສາມັກຄີ​ໄດ້​ດີ
(6) ຕ້ອງ​ແມ່ນ​ຜູ້​ທີ່​ຫ້າວຫັນໃນ​ການ​ເຮັດ​ວຽກ, ມີ​ແນວ​ຄິດ​ສ້າງສັນ ​ແລະ ມີ​ເວລາ​ພຽງພໍ​ໃຫ້​ກັບ​ວຽກ​ງານ ຂອງ​ສະມາຄົມ
(7) ຕ້ອງ​ມີ​ຄຸນ​ນະ​ທຳ ​ແລະ ບໍ່​ເຄີຍ​ສ້າງ​ຄວາມ​ເຊື່ອມ​ເສຍ ທາງ​ສັງຄົມ​ມາ​ກ່ອນ
(8) ຕ້ອງ​ແມ່ນ​ຜູ້​ທີ່​ບໍ່​ເຄີຍ ສ້າງ​ຄວາມ​ແຕກ​ແຍກ​ຄວາມສາມັກຄີ ພາຍ​ໃນ​ສະມາຄົມ ​ແລະ ບໍ່​ເຄີຍ​ສ້າງ​ຄວາມ​ເຊື່ອມ​ເສຍ ຕໍ່ພາບ​ພົດ ​ແລະ ກຽດຊື່ສຽງ ຂອງ ສະມາຄົມ ມາ​ກ່ອນ
(9) ຕ້ອງ​ແມ່ນ​ຜູ້​ທີ່​ມີ​ຄວາມ​ເສຍສະຫຼະ ​ແລະ ມີ​ຜົນງານ​ໃນ​ການ​ປະກອບສ່ວນ ​ໃນ​ການ​ຊ່ວຍ​ເຫຼືອສັງຄົມ
(10) ຕ້ອງ​ມີ​ສຸຂະພາບ​ຈິດ ​ແລະ ສຸຂະພາບ​ກາຍ​ດີ
ມາດຕາ 36: ຜູ້​ມີ​ສິດ​ປ່ອນ​ບັດ​ເລືອກ​ຕັ້ງ ​ເອົາ​ຄະ​ນະ​ບໍລິຫານ​ງານ ຂອງ ສະມາຄົມ ຕ້ອງ​ແມ່ນ ສະມາຊິກ​ສາມັນ ຂອງສະມາຄົມ ( ອີງ​ຕາມ ມາດຕາ 24 ຂອງ​ກົດ​ລະບຽບ ສະມາຄົມ )
ມາດຕາ 37: ຈຳນວນ​ຂອງ ຄະນະ​ບໍລິຫານ​ງານ ທີ່​ຕ້ອງການ ​ແມ່ນ​ຄັດ​ເລືອກ​ເອົາ ລະ​ຫ່ວາງ 9 ຫາ 15 ຄົນ​ເທົ່າ​ນັ້ນ,​ ເຊິ່ງ​ໃນ​ນັ້ນ 5 ຄົນ​ຈະ​ຖືກ​ເລືອກ​ຕັ້ງ​ເປັນ​ຄະນະ​ປະຈຳ ( ອີງ​ຕາມ​ມາດຕາ​ທີ່ 25 ຂອງ​ກົດລະບຽບສະມາຄົມ )
ມາດຕາ 38: ຊື່​ຂອງ​ຜູ້​ສະມັກ​ເລືອກ​ຕັ້ງ ຈະ​ຂຽນ​ໃສ່​ກະດານ ​ໂດຍ​ອີງ​ຕາມ​ເລກ​ລຽງ ​ເຊິ່ງ​ໄດ້​ຈາກ​ການ​ຈົກ​ສະຫຼາກ. ຈາກ​ນັ້ນຈະ​ຢາຍ​ບັດ ​ເຊິ່ງມີ​ເລກ​ລະຫັດ​ຂອງ​ຜູ້​ສະໝັກແຕ່ລະຄົນ ​ລວມຢູ່​ໃນ​ໃບ​ດຽວກັນ ​ໃຫ້​ຜູ້​ທີ່​ມີສິດ​ແຕ່ລະຄົນ ປ່ອນ​ບັດ​ຄັດ​ເລືອກ

ມາດຕາ 39: ການ​ປ່ອນ​ບັດ​ເລືອກ​ຕັ້ງ ຈະ​ດຳ​ເນີນ​ໃນ​ຮູບ​ແບບ ລົງ​ຄະ​ແນນ​ສຽງລັບ ​ໂດຍ​ໃຫ້​ຜູ້​ປ່ອນ​ບັດໝາຍ ຕີນກາ (X) ຄັດ​ອອກ​ສະ​ເພາະ​ຜູ້​ທີ່​ບໍ່ຕ້ອງການ​ເອົາ​ເທົ່າ​ນັ້ນ, ຍົກ​ຕົວຢ່າງ​ຖ້າ​ມີ​ຜູ້​ສະໝັກ​ເລືອກ​ຕັ້ງ 17 ຄົນ, ທ່ານ​ມີ​ສິດໝາຍ 2 ຄົນ, ຖ້າ​ບໍ່ໝາຍອອກ ຫຼື ໝາຍລື່ນ ຫຼື ໝາຍຫຼຸດ 2 ຄົນ ຈະ​ຖື​ວ່າ​ບັດ​ນັ້ນ​ເປັນ ​ໂມຄະ (ບໍ່ມີ​ຄະ​ແນ​ນສຽງ).

ມາດຕາ 40: ​ໃນ​ກໍລະນີ​ທີ່ມີ​ຜູ້​ສະໝັກ​ເລືອກ​ຕັ້ງ ບໍ່​ເກີນ 15 ຄົນ (ຄື​ລະ​ຫ່ວາງ 9 ຫາ 15 ຄົນ) ຈະ​ບໍ່ຈຳ​ເປັນ​ເສຍ​ເວລາ​ເລືອກ​ຕັ້ງພຽງ​ແຕ່​ໃຫ້​ສະມາຊິກ​ສາມັນ ​ໃນ​ກອງ​ປະຊຸມ ຊີ້ມື​ຮັບຮອງ​ເອົາ ​ໂດຍ​ໃຫ້​ມີ​ສຽງກາຍ 2/3 ຂອງ ຈຳນວນ​ສະມາສາມັນ​ທັງໝົດ ທີ່​ມາ​ປະຊຸມ.

ມາດຕາ 41: ພາຍຫຼັງບ່ອນ​ບັດ​ເລືອກ​ຕັ້ງ​ແລ້ວ ຕ້ອງ​ມີ​ການ​ນັບ​ຄະ​ແນນ​ສຽງ ຕໍ່ໜ້າກອງ​ປະຊຸມ​ແບບ​ເປີດ​ເຜີຍ. ຜູ້​ທີ່​ມີຄະ​ແນນ​ສຽງ ຄັດ​ເລືອກ​ອອກຫຼາຍກ່ວາໝູ່ຖື​ວ່າ​ບໍ່​ໄດ້​ຮັບ​ການ​​ເລືອກ​ຕັ້ງ. ຜູ້​ທີ່​ຖື​ວ່າ ​ໄດ້​ຮັບ​ການ​ເລືອກ​ຕັ້ງ ຈະ​ຕ້ອງ​ແມ່ນຜູ້​ທີ່​ມີ​ຄະ​ແນນ​ສຽງຄັດ​ອອກ ນ້ອຍ​ກ່ວາໝູ່ ຄື​ລະ​ຫ່ວາງ ຜູ້​ທີ່ 1 ຫາ​ທີ 15.

ມາດຕາ 42: ​ໃນ​ກໍລະນີ ທີ່​ຜູ້​ໄດ້​ຄະ​ແນນ​ສຽງຄັດ​ອອກ ຜູ້​ທີ່ 15 ມີ​ສຽງສະ​ເໜີກັນ 2 ຄົນ ຫຼື ຫຼາຍກ່ວານັ້ນ ຈະ​ຕ້ອງ​ລົງ​ຄະ​ແນນຄັດ​ເລືອກ​​ໃໝ່​ເອົາ 1 ຄົນ​ເທົ່າ​ນັ້ນ.

ມາດຕາ 43: ​ໃນ​ຈໍານວນ​ຜູ້​ບໍລິຫານ​ງານ ທີ່​ໄດ້​ຮັບ​ການ​ເລືອກ​ຕັ້ງ​ແລ້ວ ຖ້າມີ​ນ້ອຍ​ກ່ວາ 9 ຄົນ​ລົງ​ມາ ຄະນະ​ປະຈຳ ຈະ​ເປີດ​ປະຊຸມ ​ເລືອກ​ຕັ້ງຕື່ມ​ອີກ ​ໃນ​ຂັ້ນຕໍ່​ໄປ ​ເພື່ອ​ໃຫ້​ໄດ້​ຈໍານວນ​ພຽງພໍ ກັບ​ຄວາມ​ຕ້ອງການ ​ໃນ​ການ​ບໍລິຫານສະມາຄົມ.