ໝວດ​ທີ III
ວ່າ​ດ້ວຍ​ອົງການຄຸ້ມ​ຄອງ​ຂອງ​ສະມາຄົມ


ມາດຕາ 19: ກອງ​ປະຊຸມໃຫຍ່ແມ່ນອົງການສູງສຸດ ຂອງ ສະມາຄົມ ເຊີ່ງມີໜ້າທີ່:
(1) ຜ່ານບົດລາຍງານ ຂອງຄະນະບໍລິຫານງານ
(2) ຮັບຮອງເອົາມະຕິຕົກລົງ
(3) ພິຈາລະນາທິດທາງແຜນການດຳເນີນງານຂອງສະມາຄົມ
(4) ເລືອກຕັ້ງຄະນະບໍລິຫານງານຊຸດໃໝ່
(5) ເລືອກຕັ້ງຄະນະກວດກາບັນຊີ
(6) ດັດແປງກົດລະບຽບສະມາຄົມ.

ມາດຕາ 20: ກອງປະຊຸມໃຫຍ່ສະໄຫມສາມັນ 4 ປີໃດເປີດຂື້ນເທື່ອໜື່ງ ຕາມການຮຽກໂຮມຂອງຄະນະບໍລິຫານງານຂອງສະມາ ຄົມ, ໃນກໍລະນີຈຳເປັນ ຄະນະບໍລິຫານງານຂອງສະມາຄົມ ຫຼື ສະມາຊິກສາມັນຈຳນວນ 2/3 (ສອງສ່ວນສາມ) ມີສິດສະເໜີ ຂໍເປີດ ກອງປະຊຸມໃຫຍ່ສະໄຫມວິສາມັນອີກກໍໄດ້.

ມາດຕາ 21: ກອງປະຊຸມໃຫຍ່ຈະເປີດຂື້ນໄດ້ກໍຕໍ່ເມື່ອມີສະມາຊິກເຂົ້າຮ່ວມກາຍເຄີ່ງ ຂອງຈຳນວນສະມາຊິກທັງໝົດ.
ມາດຕາ 22: ກອງປະຊຸມໃຫຍ່ຈະໄດ້ຮັບຮອງເອົາມະຕິຕ່າງໆໄດ້ ກໍຕໍ່ເມື່ອໄດ້ຮັບຄວາມເຫັນດີຈາກ ສະມາຊິກຈຳນວນກາຍເຄີ່ງ ຂອງ ຈຳນວນສະມາຊິກທີ່ເຂົ້າຮ່ວມກອງປະຊຸມ, ຍົກເວັ້ນກອງປະຊຸມດັດແປງກົດລະບຽບ ຂອງສະມາຄົມ ເຊີ່ງລະບຸໄວ້ໃນ ມາດຕາ 63.

ມາດຕາ 23: ກອງປະຊຸມສາມັນປະຈຳປີເປັນກອງປະຊຸມທີ່ ຄະນະບໍລິຫານງານຮຽກໂຮມສະມາຊິກທັງໝົດເຂົ້າຮ່ວມ ໂດຍອີງໃສ່ ຫຼັກການໃນມາດຕາ 21 ແລະ 22 ເພື່ອສັງເກດຕີລາຄາການປະຕິບັດວຽກງານ ແລະ ພິຈາລະນາຮັບຮອງເອົາທິດທາງໃນສົກໃໝ່; ຖ້າມີຄວາມຈຳເປັນຄະນະບໍລິຫານງານສະມາຄົມ ຈະຈັດກອງປະຊຸມວິສາມັນຕື່ມກໍໄດ້.

ມາດຕາ 24: ຄະນະບໍລິຫານງານສະມາຄົມ ຖືກເລືອກຕັ້ງຈາກກອງປະຊຸມໃຫຍ່ ແລະ ມີແຕ່ສະມາຊິກສາມັນເທົ່ານັ້ນທີ່ມີສິດປ່ອນບັດເລືອກຕັ້ງ.

ມາດຕາ 25: ຄະນະບໍລິຫານງານສະມາຄົມ ປະກອບດ້ວຍສະມາຊິກແຕ່ 9 ຫາ 15 ຄົນ ​ໃນ​ຈຳນວນນີ້ 5 ຄົນ ຈະຖືກເລືອກຕັ້ງໃຫ້ ເປັນຄະນະປະຈຳ ​ເຊິ່ງປະກອບ​ດ້ວຍ:
- ປະທານ 1 ຄົນ
- ຮອງປະທານ 3 ຄົນ (​ໃນ​ນັ້ນຮັບຜິດຊອບ​ວຽກ​ງານ​ສາຍ​ສາມັນ​ສຶກສາ 1 ຄົນ, ວຽກ​ງານ ສາຍ​ອະ​ຊີວະ 1 ຄົນ ​ແລະ ວຽກ​ງານ​ສາຍ​ການ​ສຶກສາ​ຊັ້ນສູງ 1 ຄົນ)
- ເລຂາທິການ 1 ຄົນ
ມາດຕາ 26: ໃນຈຳນວນຄະນະບໍລິຫານງານນັ້ນ, ນອກຈາກຄະນະປະຈຳແລ້ວ, ຕ້ອງແບ່ງກັນໄປຮັບຜິດຊອບຄະນະກຳມະການ ວິຊາການແຕ່ລະສາຍ, ເຮັດວຽກງານໂຄສະນາເຜີຍແຜ່, ວຽກງານພົວພັນກັບພາຍນອກ, ວຽກງານກວດກາການເງິນ ແລະ ວຽກງານບໍລິຫານປະຈຳວັນ.
ມາດຕາ 27: ກອງປະຊຸມຄະນະບໍລິຫານງານເປີດຂື້ນຢ່າງ​ໜ້ອຍປີລະຄັ້ງ ໂດຍແມ່ນຄະນະປະຈຳເປັນຜູ້ຮຽກໂຮມ, ໃນກໍລະນີຈຳເປັນ ຈະເປີດຂື້ນຫຼາຍຄັ້ງກໍ່ໄດ້.

ມາດຕາ 28: ຄະນະບໍລິຫານງານ ມີໜ້າທີ່:
(1) ຜ່ານບົດລາຍງານການເຄື່ອນໄຫວ ຂອງຄະນະປະຈຳ
(2) ກະກຽມ ແລະ ຮຽກໂຮມກອງປະຊຸມໃຫຍ່
(3) ຮ່າງຜ່ານລະບຽບ ຄຸ້ມຄອງການເງີນ, ລາຍຮັບ-ລາຍຈ່າຍ
(4) ກຳນົດລະບຽບ ສະຫວັດດີການສົງເຄາະສະມາຊິກ
(5) ກຳນົດອັດຕາຄ່າບໍາລຸງ ຂອງສະມາຊິກແຕ່ລະປະເພດ
(6) ກຳນົດຂອບເຂດສິດສັ່ງຈ່າຍເງິນຄັງ ຂອງສະມາຄົມ
(7) ກຳນົດມາດຕະຖານວຸດທິ ແລະ ຄຸນສົມບັດ ຂອງຜູ້ຮັບສະໝັກເລືອກຕັ້ງເຂົ້າເປັນຄະນະບໍລິຫານງານຊຸດໃໝ່
(8) ກຳນົດຮ່າງປັບປຸງການຈັດຕັ້ງພາຍໃນສະມາຄົມ
(9) ຮັບຜ່ານແຜນການວຽກງານປະຈຳປີ
(10) ເລືອກຕັ້ງຄະນະປະຈຳ
(11) ​ເລືອກ​ຕັ້ງຜູ້ຕາງໜ້າ ສ.ກ.ອ ປະຈຳ​ແຂວງ
(12) ກຳນົດລະບຽບ​ ວ່າ​ດ້ວຍການຄຸ້ມ​ຄອງການ​ໂຄສະນາ ​ແລະ ການ​ປະຊາສຳພັນ​ກ່ຽວ​ກັບ​ຂໍ້​ມູນ ດ້ານ​ການ​ສຶກສາ ທາງອິນ​ເຕີ​ເນັດ (ເຊັ່ນ: ​ເວ​ບ​ໄຊ໌ ), ວາລະສານ ​ແລະ ​ເອກະສານ​ແຈ້ງ​ຂ່າວ​ອື່ນໆ​ທີ່​ເປັນ​ປະ​ໂຫຍ​ດ​ແກ່​ການ​ສຶກສາ
(13) ຍ້ອງຍໍ ຫລື ປະຕິບັດວິໃນຕໍ່ສະມາຊິກ ຂອງສະມາຄົມ.

ມາດຕາ 29 : ຄະນະ​ປະຈຳ​ສະມາຄົມ​ຮຽກໂຮມ​ປະຊຸມ​ກັນ​ຢ່າງ​ໜ້ອຍ 3 ເດືອນ​ໃດ​ເທື່ອ​ໜື່ງ; ກອງ​ປະຊຸມ​ຄະນະ​ປະຈຳ​ໄຂ​ຂື້ນ​ໄດ້​ກໍ​ຕໍ່​ ເມື່ອມີ​ສະມາຊິກ​ເຂົ້າຮ່ວມ​ຈຳນວນ​ກາຍ​ເຄີ່ງ; ມະຕິ ຫຼື ຄຳ​ຕົກລົງ ຂອງ​ຄະນະ​ປະ​ຈຳ​ໃຫ້​ຖື​ເອົາ​ຕາມ​ສຽງ​ສ່ວນ​ຫຼາຍ

ມາດຕາ 30: ຄະນະ​ປະຈຳມີໜ້າ​ທີ່:
(1) ລາຍ​ງານ​ການ​ເຄື່ອນ​ໄຫວ​ວຽກ​ງານ​ ຂອງ​ຕົນ
(2) ກະກຽມ​ກອງ​ປະຊຸມ​ໃຫຍ່
(3) ກະກຽມ​ວາງ​ແຜນການ​ ວຽກ​ງານ​ປະຈຳ​ປີ​ໃຫ້​ຄະນະ​ບໍລິຫານ​ງານ
(4) ຊີ້​ນຳ ແລະ ນຳພາ​ຈັດ​ຕັ້ງ​ປະຕິບັດ ​ແຜນ​ການ​ວຽກ​ງານ​ປະຈຳ​ປີ
(5) ແຕ່ງ​ຕັ້ງ​ຜູ້ຕາງ​ໜ້າ​ ຂອງ​ສະມາຄົມ​ ເຂົ້າຮ່ວມ​ກອງ​ປະຊຸມ​ທັງ​ພາຍ​ໃນ ແລະ ຕ່າງປະ​ເທດ
(6) ກຳນົດ​ກົດ​ລະບຽບ​ພາຍ​ໃນ​ ຂອງ​ສະມາຄົມ
(7) ພິມ​ຈຳ​ໜ່າຍ​ວາລະສານ ຫຼື ສິ່ງ​ພິມ​​ຕ່າງໆ
(8) ຄຸ້ມ​ຄອງ​ຊັບ​ສົມບັດ​ຕ່າງ​ໆ ຂອງສະມາຄົມ ລວມທັງ​ເງິນບຳລຸງ​ ຂອງ​ສະມາຊິກ
(9) ປະຕິບັດ​ໜ້າ​ທີ່​ອື່ນໆ ທີ່​ຄະນະ​ບໍລິຫານ​ງານ​ມອບ​ໝາຍ​ໃຫ້.

ມາດຕາ 31: ຄະນະ​ກຳມະການ​ຍ່ອຍ ເປັນ​ເສນາ​ທິການ​ໃຫ້​ຄະນະ​ບໍລິຫານ ຂ​ອງ ສະມາຄົມ ເຊີ່ງ​ປະກອບ​ດ້ວຍ:
1. ຄະນະ​ກຳມະການ​ວິຊາ​ການ
2. ຄະນະ​ກຳມະການ​ທ້ອງ​ຖີ່​ນ

ມາດຕາ 32: ຄະນະ​ກຳມະການ​ວິຊາ​ການ​ ມີໜ້າ​ທີ່​ລົງ​ເລິກ​ວຽກ​ງານຂອງ​ແຕ່ລະ​ປະ​ເພດ​ສະຖານ​ການ​ສຶກສາ (ປ​ະ​ເພດ​ໃນ​ລະບົບ,ນອກ​ລະບົບ ແລະ ປະ​ເພດ ພິ​ເສດ) ໂດຍ​ໃຫ້​ມີ​ກອງ​ປະຊຸມ​ຂອງ​ສາຍ​ນັ້ນໆ ເພື່ອ​ເລືອກ​ເອົາຄະນະ​ກຳມະການ 3 ຫາ 5 ຄົນ ເພື່ອມາ​ຊ່ວຍ​ວຽກ​ງານ​ ຂອງ​ຄະນະ​ບໍລິຫານ​ງານ ຂອງ​ສະມາຄົມ ເຊີ່ງ​ມີ:

  1. ຄະນະ​ກຳມະການ​ ສາຍ​ລ້ຽງ​ເດັກ​-ອະນຸບານ
  2. ຄະນະ​ກຳມະການ ສາຍປະຖົມ​ສຶກສາ
  3. ຄະນະ​ກຳມະການ​ ສາຍ​ມັດທະຍົມ​ສຶກສາ
  4. ຄະນະ​ກຳມະການ​ ສາຍ​ອາຊີວະ
  5. ຄະນະ​ກຳມະການ​ ສາຍ​ການ​ສຶກສາ​ຊັ້ນ​ສູງ

ມາດຕາ 33: ຫົວໜ້າ​ຄະນະ​ກຳມະການ​ວິຊາ​ການ​ແຕ່​ລະສາຍ ແມ່ນ ສະ​ມາຊິກ​ຂອງ ຄະນະ​ບໍລິຫານ​ງານ ສະມາຄົມ​.

ມາດຕາ 34: ກອງ​ເລຂາ ຂອງ​ສະມາຄົມ ການ​ສຶກສາ​ພາກ​ເອກະ​ຊົນ ປະກອບ​ດ້ວຍ:

  1. ຄະນະ​ປະຈຳ ທີ່​ຮັບຜິດຊອບ​ວຽກ ​ເລຂາທິການ 1 ຄົນ
  2. ຜູ້​ຮັບຜິດຊອບ​ ວຽກ​ການ​ເງິນ 1 ຄົນ
  3. ຜູ້​ຮັບຜິດຊອບ ວຽກ​ບັນຊີ 1 ຄົນ
  4. ຜູ້​ຮັບຜິດຊອບ ວຽກ​ທ້ອງ​ຖິ່ນ 1 ຄົນ
  5. ຜູ້​ຮັບຜິດຊອບ ວຽກ​ກວດກາ ສະມາຄົມ 1 ຄົນ
  6. ຜູ້​ຮັບຜິດຊອບ ວຽກ​ກິລາ, ສີ​ລະ​ປະ ​ແລະ ກິດຈະກຳ​ອື່ນໆ 1 ຄົນ
  7. ຜູ້​ຮັບຜິດຊອບ ວຽກ​ພົວພັນ​ພາຍ​ໃນ ​ແລະ ຕ່າງປະ​ເທດ 1 ຄົນ