ໝວດທີ II
ວ່າດ້ວຍສະມາຊິກຂອງສາມາຄົມ
ມາດຕາ 8: ສະມາຊິກຂອງສະມາຄົມປະກອບດ້ວຍ:
ມາດຕາ 9: ການລົງທະບຽນ ແລະ ການປະກອບຄຳຮ້ອງເຂົ້າເປັນສະມາຊິກ
ມາດຕາ 10: ຄຳຮ້ອງຂໍເຂົ້າເປັນສະມາຊິກຈະໄດ້ຮັບການພິຈາລະນາ ແລະ ຕົກລົງໂດຍຄະນະປະຈຳຂອງສະມາຄົມ.
ມາດຕາ 11: ສະມາຊິກທຸກປະເພດ ຈະຂໍລາອອກ ກໍຕ້ອງມີຄຳຮ້ອງນຳສະເໜີ ຄະນະປະຈຳສະມາຄົມພິຈາລະນາຕົກລົງ
ມາດຕາ 12: ໃນຖານະເປັນສະມາຊິກສາມັນ, ຕົວແທນສະຖານການສຶກສາພາກເອກະຊົນ ທີ່ເຂົ້າຮ່ວມກອງປະຊຸມຕ່າງໆຂອງສະມາຄົມຕ້ອງແມ່ນເຈົ້າຂອງ ຫຼື ຜູ້ອຳນວຍການ ສະຖານການສຶກສາດັ່ງກ່າວ.
ມາດຕາ 13: ການເປັນສະມາຊິກສາມັນຈະສີ້ນສຸດລົງໃນກໍລະນີ:
(1) ຢຸດເຊົາກິດຈະການ
(2) ສ້າງຄວາມແຕກແຍກສາມັກຄີ ພາຍໃນສະມາຄົມ ແລະ ຄວາມເຊື່ອມເສຍຕໍ່ພາບພົດ ແລະ ກຽດຊື່ສຽງຂອງສະມາຄົມ
(3) ມີການເຄື່ອນໄຫວແລະການປະພຶດທີ່ຜິດຕໍ່ແນວທາງນະໂຍບາຍ ແລະ ລະບຽບຫຼັກການ, ກົດໝາຍຂອງພັກ ແລະ ລັດຖະບານທີ່ໄດ້ວາງອອກ.
(4) ບໍ່ປະຕິບັດ ຕາມຈຸດປະສົງ ແລະ ລະບຽບຫຼັກການ ຂອງສະມາຄົມ
ມາດຕາ 14: ການເປັນສະມາຊິກສະໜັບສະໜູນ ແລະ ສະມາຊິກກິດຕິມະສັກຈະສິ້ນສຸດລົງ ໃນກໍລະນີ:
(1) ຢຸດເຊົາກິດຈະການ
(2) ຂໍລາອອກໂດຍມີເຫດຜົນພຽງພໍ
(3) ສ້າງຄວາມແຕກແຍກສາມັກຄີ ພາຍໃນສະມາຄົມ ແລະ ຄວາມເຊື່ອມເສຍຕໍ່ພາບພົດ ແລະ ກຽດຊື່ສຽງຂອງສະມາຄົມ
(4) ມີການເຄື່ອນໄຫວ ແລະ ການປະພຶດທີ່ຜິດຕໍ່ແນວທາງນະໂຍບາຍ ແລະ ລະບຽບຫຼັກການ, ກົດໝາຍ ຂອງພັກ ແລະ ລັດຖະບານ ທີ່ໄດ້ວາງອອກ
(5) ບໍ່ປະຕິບັດ ຕາມຈຸດປະສົງ ແລະ ລະບຽບຫຼັກການ ຂອງສະມາຄົມ
ມາດຕາ 15: ການເປັນສະມາຊິກສາມັນ ມີສິດ:
(1) ໄດ້ຮັບໃບຢັ້ງຢືນເຂົ້າເປັນສະມາຊິກສາມັນ, ບັດສະມາຊິກ ແລະ ເຄື່ອງໝາຍ ຂອງສະມາຄົມ
(2) ສະເໜີຄຳຄິດຄຳເຫັນກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະມາຄົມ.
(3) ເຂົ້າຮ່ວມການເຄື່ອນໄຫວຂອງສະມາຄົມ
(4) ມີສິດໄດ້ຮັບການປົກປ້ອງຈາກສະມາຄົມ
(5) ສະເໜີຂໍຮັບໃນະໂຍບາຍການຊ່ວຍເຫຼືອຈາກສະມາຄົມ ກໍລະນີປະສົບຄວາມຍຸ້ງຍາກ (ອັກຄີໄພ ຫຼື ບັນຫາອື່ນໆ)
(6) ມີສິດເລືອກຕັ້ງ ແລະ ສະໝັກເລືອກຕັ້ງເຂົ້າເປັນຄະນະບໍລິຫານງານຂອງສະມາຄົມ
(7) ຄົ້ນຄ້ວາ ແລະ ຕົກລົງ, ລົງຄະແນນສຽງ ໃນກອງປະຊຸມ ກ່ຽວກັບວຽກງານ ຂອງສະມາຄົມ.
ມາດຕາ 16: ສາມາຊິກສາມັນ ມີພັນທະ:
(1) ປະຕິບັດກົດລະບຽບຂອງ ສະມາຄົມ
(2) ເສຍເງິນບໍາລຸງສະມາຄົມ ຢ່າງເປັນປົກກະຕິ ຢ່າງຊ້າສຸດບໍ່ໃຫ້ເກີນ 1 ເດືອນ ພາຍຫຼັງທີ່ໄດ້ຮັບແຈ້ງ ກ່ຽວກັບ ການຈ່າຍ ເງິນບຳລຸງສະມາຄົມ. ຖ້າບໍ່ຊຳລະຕາມກຳນົດທີ່ວາງໄວ້ຈະປະຕິບັດຕາມ ມາດຕາ 13 ວັກ (4) ຂອງກົດລະບຽບສະບັບນີ້.
(3) ປະຕິບັດວຽກງານ ທີ່ສະມາຄົມມອບໝາຍໃຫ້
(4) ເປັນແບບຢ່າງອັນດີໃນການປະຕິບັດຍຸດທະສາດ ການສຶກສາຂອງພັກ ແລະ ກົດໝາຍ ຂອງລັດ.
(5) ສົ່ງບົດລາຍງານໃຫ້ສະມາຄົມ ໄດ້ຕາມກຳນົດເວລາທີ່ແຈ້ງການ
ມາດຕາ 17: ສະມາຊິກສະໜັບສະໜູນ ແລະ ສະມາຊິກກິດຕິມະສັກ ມີສິດ:
(1) ໄດ້ຮັບໃບຢັ້ງຢືນເຂົ້າເປັນສະມາຊິກສະໜັບສະໜູນ, ບັດສະມາຊິກ ແລະ ເຄື່ອງໝາຍ ຂອງສະມາຄົມ
(2) ສະເໜີຄຳຄິດຄຳເຫັນກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະມາຄົມ
(3) ເຂົ້າຮ່ວມການເຄື່ອນໄຫວຂອງສະມາຄົມ
(4) ມີສິດໄດ້ຮັບການປົກປ້ອງຈາກສະມາຄົມ.
ມາດຕາ 18: ສະມາຊິກສະໜັບສະໜູນ ແລະ ສະມາຊິກກິດຕິມະກຳ ມີພັນທະ :