ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ
= = = 0 = = =
ກະຊວງສຶກສາທິການ ເລກທີ 862 /ສສ/ 2001
ກົດລະບຽບຂອງສະມາຄົມການສຶກສາພາກເອກະຊົນ
(ສະບັບປັບປຸງໃໝ່ ແລະ ຮັບຮອງເອົາຄັ້ງວັນທີ 29-30/09/2009)
ໝວດທີ່ I
ບົດບັນຍັດທົ່ວໄປ.
ມາດຕາ 1: ສະມາຄົມການສຶກສາພາກເອກະຊົນ ແມ່ນ ອົງການຈັດຕັ້ງ ຂອງສະຖານການສຶກສາພາກເອກະຊົນ, ທີ່ເຄື່ອນໄຫວເພື່ອເຕົ້າໂຮມຄວາມສາມັກຄີ, ສົ່ງເສີມການສຶກສາ ພາກເອກະຊົນ, ສຶກສາອົບຮົມ, ບຳລຸງວັດທະນະທຳ ແລະ ເຝິກອົບຮົມດ້ານ ວິຊາການ ໃນ ສ.ປ.ປ.ລາວ ແນ່ໃສ່ປະກອບສ່ວນພັດທະນາ ລະບົບການສຶກສາແຫ່ງຊາດ.
ມາດຕາ 2: ສະມາຄົມນີ້ ມີຊື່ວ່າ “ສະມາຄົມ ການສຶກສາພາກເອກະຊົນ” ຂຽນຫຍໍ້ວ່າ “ສ.ກ.ອ".
ມາດຕາ 3: ສະມາຄົມ ການສຶກສາພາກເອກະຊົນ ມີສຳນັກງານໃຫຍ່ຕັ້ງຢູ່ນະຄອນຫຼວງວຽງຈັນ
ມາດຕາ 4: ສະມາຄົມ ການສຶກສາພາກເອກະຊົນ ຈັດຕັ້ງຂື້ນເພື່ອ:
- ເຕົ້າໂຮມສະຖານການສຶກສາພາກເອກະຊົນໃນທົ່ວປະເທດ ເຂົ້າຢູ່ໃນສະມາຄົມດຽວກັນ ແນໃສ່ສົ່ງເສີມຄວາມສາມັກຄີ,ຊ່ວຍເຫຼືອ, ແລກປ່ຽນບົດຮຽນລະຫວ່າງສະຖານການສຶກສາ ພາກເອກະຊົນ ດ້ວຍກັນ.
- ຮ່ວມມືກັບອົງກອນ ຂອງລັດທີ່ກ່ຽວຂ້ອງ ເພື່ອພັດທະນາລະບົບການສຶກສາ ແລະ ເຮັດໃຫ້ການສຶກສາພາກເອກະຊົນ ໄປຕາມທິດທາງ, ນະໂຍບາຍ ຂອງການສຶກສາແຫ່ງຊາດ.
- ປະຕິບັດ ແລະ ເສີມຂະຫຍາຍມາດຕະຖານການຄຸນນະພາບການສຶກສາແຫ່ງຊາດ.
- ສ້າງຄວາມເປັນເອກະພາບ ໃນການປະຕິບັດແນວທາງການເມືອງພາຍໃນ ແລະ ຕ່າງປະເທດຂອງພັກ ແລະ ລັດ ໃນຂົງເຂດການສືກສາພາກເອກະຊົນ.
- ສ.ກ.ອ ຈະບໍ່ໄດ້ຮັບຜິດຊອບຄຸ້ມຄອງຕໍ່ການເຄື່ອນໄຫວ ການຈັດຕັ້ງ ດຳເນີນທຸລະກິດ ຕໍ່ການຮຽນການສອນຂອງສະ ຖານການສຶກສາໃດນຶ່ງ ເຊິ່ງບໍ່ໄດ້ເຂົ້າເປັນສະມາຊິກຂອງ ສ.ກ.ອ ແລະ ບໍ່ມີສິດແອບອ້າງເອົາສະມາຄົມເປັນບ່ອນຕໍ່ລອງ ເພື່ອຮັບນະໂຍບາຍໃດນຶ່ງ ຈາກພາກລັດ ຫຼື ຈາກສັງຄົມ.
ມາດຕາ 5: ສະມາຄົມ ການສຶກສາພາກເອກະຊົນສາມາດເຂົ້າເປັນສະມາຊິກຂອງອົງການຈັດຕັ້ງສາກົນຂອງສະຖານການສຶກສາພາກເອກະຊົນໂດຍຜ່ານອົງກອນທີ່ກ່ຽວຂ້ອງຂອງລັດ.
ມາດຕາ 6: ໜ້າທີ່ລວມຂອງ ສະມາຄົມ ການສຶກສາພາກເອກະຊົນ
- ເຕົ້າໂຮມຄວາມສາມັກຄີ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ
- ສ້າງສະຕິເຄົາລົບລະບຽບຫຼັກການ, ມາດຕະຖານຂອງການສຶກສາພາກເອກະຊົນ
- ຍົກລະດັບຄວາມຮັບຮູ້ກ່ຽວກັບການສຶກສາພາກເອກະຊົນເພື່ອຮັບໃຊ້ໜ້າທິ່ ການພັດທະນາລະບົບການສຶກສາແຫ່ງຊາດ
- ສ້າງສາຍພົວພັນຮ່ວມມືທາງດ້ານວິຊາການ, ການເຝິກອົບຮົມ ກັບອົງການຈັດຕັ້ງສາກົນ ແລະ ອົງການທີ່ບໍ່ຂື້ນກັບລັດຖະບານ.
- ປະສານງານ ແລະ ຮ່ວມມືກັບອົງການຈັດຕັ້ງພາກລັດ ແລະ ພາກເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ
ມາດຕາ 7: ໜ້າທີ່ລະອຽດຂອງສະມາຄົມ ການສຶກສາພາກເອກະຊົນ
- ຈັດຕັ້ງໂຄສະນາ ແລະ ເຜີຍແຜ່ ບົດບາດຂອງການສຶກສາພາກເອກະຊົນ
- ປະກອບຄຳເຫັນໃສ່ການສ້າງນິຕິກຳຕ່າງໆ ທີ່ກ່ຽວຂ້ອງກັບ ການສຶກສາພາກເອກະຊົນ
- ຮ່ວມມື ແລະ ໃຫ້ຄຳປຶກສາຫາລືກັບອົງກອນທີ່ກ່ຽວຂ້ອງ ເພື່ອພັດທະນາລະບົບການສຶກສາພາກເອກະຊົນ
- ພິມ ແລະ ເຜີຍແຜ່ ວາລະສານ, ປື້ມ ກ່ຽວກັບການສຶກສາພາກເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ
- ມີສ່ວນຮ່ວມໃນການປັບປຸງ ແລະ ຂະຫຍາຍການສຶກສາພາກເອກະຊົນ ໃຫ້ເຕີບໃຫ່ຍເຂັ້ມແຂງ
- ຈັດຕັ້ງ ຊີ້ນຳ ນຳພາ ໃນການປະຕິບັດລະບຽບກົດໝາຍ ແລະ ນິຕິກຳຕ່າງໆ ຂອງພາກລັດ
- ປຸກລະດົມເຂົ້າຮ່ວມ ກິດຈະກຳຕ່າງໆ ຂອງສະມາຄົມ ແລະ ອົງການຈັດຕັ້ງຕ່າງໆ
- ເຂົ້າຮ່ວມການປະເມີນການເຄື່ອນໄຫວ ຂອງສະຖານການສຶກສາພາກເອກະຊົນ (ໂດຍສະເພາະ ໃນການອະນຸມັດສ້າງຕັ້ງ ແລະ ການຂໍຕໍ່ໃບອະນຸຍາດ)