ບົດກາວີ ຈົດໝາຍເຖິງລູກ
ແຕ່ງໂດຍ: ສ.ກັນຍານຸສອນ

 

- ພໍ່ແມ່            ສົມບັດນ້ອຍ
  ລ້ຽງລູກ          ໃຫ້ໃຫຍ່ກ້າ
  ຈົ່ງມີ               ສະຕິຕັ້ງ
  ຫາວິ              ຊາໃສ່ຕົວ

- ເປັນສົມ       ເພັດພອຍຄ້ຳ
  ພໍ່ແມ່             ນັບມື້ເຖົ້າ
  ຖ້າລູກ           ລຸລາບໄດ້
  ພໍ່ແມ່            ມີຄວາມສຸກ

- ດຽວນີ້           ຍັງຕິດຂ້ອງ
  ຢ້ານລູກ        ຫຼົງລ່ຽມລໍ້
  ມັນຈະ           ນຳພາໃຫ້
  ພາຍລຸນ        ຈະພົບພໍ້

- ເຖິງແມ່ນ      ທຸກຍາກໄຮ້
  ພໍ່ແມ່             ພໍພຽນອົດ
  ເທົ່າກັບ         ບຸດໃນໄສ້
  ຕົກສູ່             ເຫວຊົ່ວຮ້າຍ

- ຂໍລູກ             ຈົ່ງທ່ຽງໝັ້ນ
  ໃຊ້ຄວາມ       ພຽນສັນຕິ
  ພາຍລຸນ         ຈະສົມແມ້ງ
  ສິ່ງສັກ            ສິດລຸ່ມຟ້າ

- ວາລະ           ສຸດທ້າຍນີ້
  ໃຫ້ລູກ            ມີຄວາມສຸກ
  ການຮຽນ       ບັນລຸໄດ້
  ຄູອາ              ຈານຍົກຍ້ອງ

ເງິນຄຳຂາດເຂີນ
ມີໜ້າຮ່ຳຮຽນ ນັ້ນແລ້ວ
ຈົດຈໍ່ການສຶກສາ
ຄູ່ມືກຽມໄວ້

ປະຈຳຕົວເພື່ອລ້ຽງຊີບ
ແຮງລ້າອ່ອນເພຍ
ໜ້າທີ່ການງານ ເມື່ອໃດ
ຊື່ນໃຈດອມເຈົ້າ

ວັນຄືນເປັນຫ່ວງ ລູກແລ້ວ
ສະເໜ່ຮ້າຍຝ່າຍມານ
ການຮຽນຕົກຕຳ່
ຄວາມຫຍຸ້ງຍາກໃຈ ແທ້ດາຍ

ຂາດເຂີນເງິນຄຳ
ບໍ່ຫງ່ວມເຫງົາໃຈເສົ້າ
ຄົນດຽວເດີນປ່ຽວ
ບໍ່ມີມື້ຕ່າວຄືນ ນັ້ນແລ້ວ

ຜ່ານຜ່າອຸປະສັກ
ຊະນະມານມວນຮ້າຍ
ມະໂນໝາຍທຸກຢ່າງ
ຈະນຳຊ້ວານຊ່ວຍຊູ ລູກແລ້ວ

ຂໍສົ່ງພອນໄຊ
ຢູ່ສະບາຍຫາຍຮ້ອນ
ຄະແນນດີສອບຜ່ານ
ຍໍເຈົ້າກຽດຕິຄຸນ ນັ້ນຖ້ອນ.

 

ຈົບ.