ບົດກະວີ ບຸນຄຸນຂອງພໍ່ແມ່ |
||||
ໂດຍ ສ. ສີໂຄດຕະບອງ |
||||
| ພໍ່ແມ່ນີ້ | ມີຄຸນຍິ່ງໜັກໜາ | |||
| ຫາແນວປຸນ | ປຍບປານບໍ່ມີໄດ້ | |||
| ເໝືອນກັບພື້ນ | ປະຖະພີກວ້າງໃຫຍ່ | |||
| ເໝືອນແຜ່ນຟ້າ | ກວມຫຸ້ມໂລກຄົນ ທ່ານເອີຍ | |||
| ຄົນເຮົາ | ເກີດຈາກທ້ອງ | ພະແມ່ມານດາ | ||
| ອາໃສນົມ | ແມ່ແພງພຽນລ້ຽງ | |||
| ອາຫານເຂົ້າ | ແລງງາຍພໍ່ແລ່ນ | |||
| ຫາຊອກຄົ້ນ | ມາລ້ຽງລູກຕົນ | |||
| ຍາມໃຫຍ່ຂຶ້ນ | ອາຍຸເຖິງກະສຽນ | |||
| ພໍ່ແມ່ | ສົ່ງລູກຮຽນ | ຊອກສະແຫວງຄວາມຮູ້ | ||
| ຫວັງເພື່ອ | ເປັນຄົນກ້າ | ມີວິຊາລ້ຽງຊີບ | ||
| ຢູ່ສືບສ້າງ | ຕະກຸນແກ້ວແຫ່ງຕົນ | |||
| ພໍ່ແມ່ | ຍັງຈັດໃຫ້ | ງານດອງສົມສູ່ | ||
| ຕາມຮີດບ້ານ | ບູຮານເຖົ້າສືບມາ | |||
| ຫວັງໃຫ້ | ລູກກ້າວໜ້າ | ສ້າງກໍ່ເປັນເຮືອນ | ||
| ມີຄວາມສຸກ | ສືບສາວໄປໜ້າ | |||
| ພ້ອມທັງ | ລົງທຶນໃຫ້ | ມູນມັງບິແບ່ງ | ||
| ຫອມຮັກຕູ້ມ | ຊູຊວ້ານໃຫ້ຮຸ່ງເຮືອງ | |||
| ຈິດໃຈ | ພໍ່ແມ່ນັ້ນ | ຮັກລູກເຫຼືອຄະນາ | ||
| ຍາມລູກ | ປະສົບສຸກ | ພໍ່ແມ່ຍໍມືຍ້ອງ | ||
| ຍາມໃດ | ລູກຄາຂ້ອງ | ຕົກລະກຳລຳບາກ | ||
| ພໍ່ແມ່ຮ້ອນ | ໃຈຂວ້ຳຂອດຫງາຍ | |||
| ສະຫຼຸບທ້າຍ | ພໍ່ແມ່ມີຄຸນຫຼາຍ | |||
| ຂໍບຸດ | ຕາບຸດຕີ | ຈົ່ງຮຳ່ຮອນເອົາໄວ້ ແດ່ທ້ອນ | ||
ຈົບ. |
||||